ໂຮງຜະລິດອາຫານແປຮູບ ບົວຈັນ (Buachanfood) ມີ ຜະລິດຕະພັນ ຫນັງເຄັມສຳເລັດຮູບ ກາ ເສືອໂຄ່ງລຸຍໄຟ ເປັນຂອງກັບແກ້ມເບຍ ແກ້ມເຫຼົ້າ ກັບຕຳ ແຊບຫລາຍ ຫາອັນໃດມາທຽບເທົ່າຍາກ ເປັນຂອງຕ້ອນຂອງຝາກໃນຍາມເທດສະການສະຫລອງຕ່າງໆກໍ່ໄດ້ ໂຮງຜະລິດອາຫານແປຮູບ ບົວຈັນ ກຳລັງ ຜະລິດຕະພັນໃຫມ່ ແລະ ຈຳໜ່າຍທົວປະເທດ ພວກເຮົາກຳລັງຕາມຫາຄົນທີມັກວຽກ ການຕະຫລາດ ແລະ ການຂາຍ – Sales and Marketing Executive (FMCG) ຜູ້ທີຖືກຂັດເລືອກແມ່ນຈະຮັບພິຊອບວຽກ ວາງແຜນແລະປະຕິບັດແຜນກົນລະຍຸດການຕະຫລາດ ການຂາຍ, ຂະຫຍາຍຕາຫນ່າງການກະຈາຍສິນຄ້າຕາມຕົວເມືອງໃຫຍ່ຕ່າງໆ ທົ່ວປະເທດ, ຕຳແຫນ່ງນີ້ແມ່ນຕ້ອງການຄົນເຂົ້າໃຈເຕັກນິກການປິດການຂາຍ ເອົາຊະນະໃຈລູກຄ້າ, ທັກສະການສື່ສານທີດີມີພິກໄຫວດີຄອ່ງແຄ້ວ, ທັກສະການສ້າງພັນທະມິດກັບຄູ່ຄ້າ 🌟 ຮັບສະໝັກພະນັກງານ: Sales and Marketing Executive (FMCG) 🏢ບໍລິສັດ: ໂຮງຜະລິດອາຫານແປຮູບ ບົວຈັນ (Buachanfood) 📍 ສະຖານທີ່: ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ […]
