Categoriesອອກ​ຕະ​ຫລາດ​ນັດ

ເສືອໂຄ່ງລຸຍໄຟ ໄດ້ຮັບໃບຢັ້ງຢືນນຳໃຊ້ກາໝາຍ ODOP ໃນງານວາງສະແດງ ແລະ ຈຳໜ່າຍສິນຄ້າ ODOP ຄັ້ງທີ XII ປະຈຳປີ 2026

ເສືອໂຄ່ງລຸຍໄຟ ໄດ້ຮັບໃບຢັ້ງຢືນນຳໃຊ້ກາໝາຍ ODOP ໃນງານວາງສະແດງ ແລະ ຈຳໜ່າຍສິນຄ້າ ODOP ຄັ້ງທີ XII ປະຈຳປີ 2026

ວັນທີ 4 ພຶດສະພາ 2026 ທີ່ ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກອາຄານເກົ່າ) ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີເປີດງານວາງສະແດງ ແລະ ຈຳໜ່າຍສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP)” ແລະ ສິນຄ້າຄອບຄົວຕົວແບບ ຄັ້ງທີ XII ປະຈຳປີ 2026 ຢ່າງເປັນທາງການ. ງານດັ່ງກ່າວເປັນເວທີສຳຄັນໃນການສົ່ງເສີມສິນຄ້າທ້ອງຖິ່ນ, ພັດທະນາວິສາຫະກິດຄອບຄົວ ແລະ SME, ພ້ອມທັງຍົກລະດັບມາດຕະຖານສິນຄ້າລາວ ແລະ ສ້າງໂອກາດທາງການຕະຫຼາດ. ພິທີເປີດໄດ້ດຳເນີນໄປຕາມວາລະ ປະກອບມີການສະແດງສິນລະປະ, ການກ່າວລາຍງານ ແລະ ພິທີຕັດແຖບຜ້າ ພ້ອມລັ່ນຄ້ອງ 9 ບາດ ເພື່ອເປີດງານ.

   ໃນໂອກາດນີ້ ໄດ້ມີການມອບໃບອະນຸຍາດນຳໃຊ້ກາໝາຍ ODOP ໃຫ້ແກ່ຫົວໜ່ວຍຄອບຄົວຕົວແບບ ຈຳນວນ 5 ຫົວໜ່ວຍ ເພື່ອຮັບຮອງຄຸນນະພາບສິນຄ້າ. ໜຶ່ງໃນນັ້ນແມ່ນ ໂຮງຜະລິດອາຫານລາວ ບົວຈັນ ຊຶ່ງຕົວແທນຂື້ນຮັບແມ່ນ ແມ່ບົວຈັນ ໄຊຍະລາດ ພ້ອມດ້ວຍທ່ານ ຫຸມພັນ ໄຊຍະລາດ ຜູ້ກໍ່ຕັ້ງ ເສືອໂຄ່ງລຸຍໄຟ ກໍ່ໄດ້ເຂົ້າຮ່ວມ ທີ່ໄດ້ຮັບສິດນຳໃຊ້ກາໝາຍ ODOP ຕາມສັນຍາລົງວັນທີ 24 ເມສາ 2026 ກັບ ກົມສົ່ງເສີມວິສາຫະກິດ SME ກະຊວງອຸດສາຫະກຳ ແລະ ການຄ້າ. ໂດຍສິນຄ້າທີ່ໄດ້ຮັບກາໝາຍ ODOP ປະກອບມີ ເຂົ້າໜົມເສືອໂຄ່ງລຸຍໄຟ ໜັງຍໍແຜ່ນຫຼວງພະບາງ ແລະ ເຂົ້າໜົມເສືອໂຄ່ງລຸຍໄຟ ໜັງຍໍງົວດັ້ງເດີມ. ງານຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງດີ ໂດຍຊ່ວຍສ້າງໂອກາດໃຫ້ຜູ້ຜະລິດທ້ອງຖິ່ນໄດ້ສະແດງສິນຄ້າ, ຍົກລະດັບມາດຕະຖານສິນຄ້າ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ ພ້ອມທັງສ້າງເຄືອຂ່າຍທາງການຄ້າ. ງານ ODOP ຄັ້ງນີ້ຖືເປັນກ້າວສຳຄັນໃນການຂັບເຄື່ອນການພັດທະນາສິນຄ້າລາວ ໃຫ້ກ້າວສູ່ຕະຫຼາດພາຍໃນ ແລະ ສາກົນ ຢ່າງຍືນຍົງ.

#ທີມງານເສືອໂຄ່ງລຸຍໄຟ By: Khammanh Tomkanya.