ເສືອໂຄ່ງລຸຍໄຟແມ່ນຫຍັງ?
ເສືອໂຄ່ງລຸຍໄຟ ແມ່ນຜະລິດຕະພັນໜັງຍຳ ແລະ ໜັງເຄັມສຳເລັດຮູບພ້ອມຮັບປະທານ
ຜະລິດຈາກໜັງງົວ ແລະ ໜັງຄວາຍແທ້ 100% ທີ່ສືບທອດມາຈາກພູມປັນຍາອາຫານລາວດັ້ງເດີມແລະ ໄດ້ຖືກພັດທະນາໃຫ້ທັນສະໄໝ ພົກພາງ່າຍ ຮັບປະທານສະດວກ
ພ້ອມຮັກສາລົດຊາດອັນເປັນເອກະລັກຂອງອາຫານລາວໄວ້ຢ່າງຄົບຖ້ວນ
ນະວັດຕະກຳອາຫານລາວ
ຕໍ່ຍອດອາຫານພື້ນເມືອງລາວໃຫ້ກາຍເປັນຜະລິດຕະພັນທັນສະໄໝ.
ພູມປັນຍາບັນພະບຸລຸດ
ຮັກສາສູດດັ້ງເດີມ ພ້ອມຍົກລະດັບມາດຕະຖານການຜະລິດ.
ສູ່ສາກົນ
ສົ່ງເສີມສິນຄ້າລາວໃຫ້ເປັນທີ່ຮູ້ຈັກໃນລະດັບນານາຊາດ.
ຮູບພາບຜະລິດຕະພັນ ແລະ ກິດຈະກຳ
“ຊາດລາວຈະກ້າວ ເມື່ອຄົນລາວສົ່ງເສີມຜະລິດຕະພັນລາວ”
ເສືອໂຄ່ງລຸຍໄຟ ເປັນຫຼາຍກວ່າອາຫານວ່າງ ແຕ່ເປັນຕົວແທນຂອງຄວາມພາກພູມໃຈໃນພູມປັນຍາອາຫານລາວ ແລະ ຄວາມມຸ່ງໝັ້ນໃນການນຳສິນຄ້າລາວສູ່ຕະຫຼາດໂລກ
