🚀 ຮ່ວມສ້າງອະນາຄົດອຸດສາຫະກຳອາຫານລາວໄປກັບພວກເຮົາ!
ໂຮງຜະລິດອາຫານແປຮູບ ບົວຈັນ (Buachanfood) ຜູ້ຜະລິດ ໜັງກອບ “ກາເສືອໂຄ່ງລຸຍໄຟ” ທີ່ກຳລັງໄດ້ຮັບຄວາມນິຍົມ ເໝາະສຳລັບເປັນຂອງກິນຫຼິ້ນ, ແກ້ມເບຍ, ແກ້ມເຫຼົ້າ, ກິນຄູ່ກັບສົ້ມຕຳ ຫຼື ເປັນຂອງຝາກໃນທຸກເທດສະການ.
ປັດຈຸບັນ ພວກເຮົາກຳລັງຂະຫຍາຍທຸລະກິດ ເປີດຕົວຜະລິດຕະພັນໃໝ່ ແລະ ກໍ່ສ້າງ ໂຮງງານແຫ່ງທີ 2 ທີ່ບ້ານນາຄຸນນ້ອຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
🌟 ຕຳແໜ່ງທີ່ເປີດຮັບ
ຜູ້ຊ່ວຍໂຮງງານ (Factory Assistant – FMCG)
📍 ສະຖານທີ່ເຮັດວຽກ: ໂຮງງານແຫ່ງທີ 2, ບ້ານນາຄຸນນ້ອຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
👨💼 ລາຍງານຕໍ່: ຫົວໜ້າບໍລິຫານ
🎯 ໜ້າທີ່ຮັບຜິດຊອບ
- ຊ່ວຍຄົ້ນຄວ້າ ແລະ ພັດທະນາຜະລິດຕະພັນໃໝ່
- ຊ່ວຍປະສານງານໃນການກໍ່ສ້າງ ແລະ ຈັດຕັ້ງໂຮງງານແຫ່ງທີ 2
- ຮຽນຮູ້ການຜະລິດຈິງ ແລະ ການຄວບຄຸມຄຸນນະພາບຜະລິດຕະພັນ
- ເຮັດວຽກຢ່າງໃກ້ຊິດກັບຜູ້ບໍລິຫານ ເພື່ອຮຽນຮູ້ການບໍລິຫານໂຮງງານ ແລະ ການພັດທະນາທຸລະກິດ
💡 ພວກເຮົາກຳລັງຊອກຫາຄົນແບບໃດ?
✅ ຄົນຂະຫຍັນ ອົດທົນ ແລະ ພ້ອມຮຽນຮູ້
✅ ກ້າຄິດ ກ້າເຮັດ ຮັກຄວາມທ້າທາຍ
✅ ຢາກເຕີບໂຕໄປພ້ອມບໍລິສັດ
✅ ຍິນດີຮັບຜູ້ສະໝັກຈາກຕ່າງແຂວງ
🏠 ມີຫໍພັກຮອງຮັບ
💰 ເງິນເດືອນ ແລະ ສະຫວັດດີການ
💵 ເງິນເດືອນເລີ່ມຕົ້ນ 3,500,000 – 6,000,000 ກີບ/ເດືອນ
(ຂຶ້ນກັບຄວາມສາມາດ ແລະ ປະສົບການ)
🎁 ມີຄ່າຕອບແທນເພີ່ມເຕີມຕາມຜົນງານ ແລະ ເປົ້າໝາຍຂອງບໍລິສັດ.
📩 ວິທີສະໝັກ
📧 ສົ່ງ CV ມາທີ່: info@laovalue.com
📱 WhatsApp / ໂທ:
HR: +856 20 22 991 889
🌱 ຖ້າທ່ານບໍ່ໄດ້ຊອກຫາ “ພຽງແຕ່ວຽກເຮັດ” ແຕ່ກຳລັງຊອກຫາ “ໂອກາດໃນການສ້າງອາຊີບ” ແລະ ຢາກເປັນສ່ວນໜຶ່ງໃນການສ້າງແບຣນອາຫານລາວໃຫ້ເຕີບໃຫຍ່ສູ່ຕະຫຼາດທົ່ວປະເທດ ພວກເຮົາຍິນດີຕ້ອນຮັບທ່ານເຂົ້າສູ່ທີມ Buachanfood.
ມາສ້າງຄວາມຝັນໄປນຳກັນ! 🚀
📍 ສະຖານທີ່ໂຮງງານທີ 1:
ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ
- 📞 ໂທລະສັບຫ້ອງການ : 030 9990909
- 🌐 https://buachanfood.com/
- 📱 https://www.facebook.com/suakongluifay

