Categoriesຕຳ​ແຫ​ນ່ງ​ຫວ່າງ

ຮັບສະໝັກພະນັກງານຂາຍ ແລະ ການຕະຫຼາດ (FMCG) ເປີດ​ຮັບ

ໂຮງຜະລິດອາຫານແປຮູບ ບົວຈັນ (Buachanfood) ມີ ຜະ​ລິດ​ຕະ​ພັນ ຫ​ນັງ​ເຄັມ​ສຳ​ເລັດ​ຮູບ ກາ ເສືອ​ໂຄ່ງ​ລຸຍ​ໄຟ ເປັນ​ຂອງ​ກັບ​ແກ້ມເບຍ ແກ້ມ​ເຫຼົ້າ ​ກັບ​ຕຳ  ແຊບ​ຫລາຍ ​ຫາ​​ອັນໃດ​ມາ​ທຽບ​​ເທົ່າຍາກ ເປັນ​ຂອງ​ຕ້ອນ​ຂອງ​ຝາກ​ໃນ​ຍາມ​ເທດ​ສະ​ການ​ສະ​ຫລອງ​ຕ່າງໆ​ກໍ່​ໄດ້

ໂຮງຜະລິດອາຫານແປຮູບ ບົວຈັນ ກຳລັງ ຜະລິດຕະພັນໃຫມ່ ແລະ ຈຳໜ່າຍທົວປະເທດ ພວກເຮົາ​ກຳ​ລັງ​ຕາມ​ຫາ​ຄົນ​ທີ​ມັກ​ວຽກ ການ​ຕະ​ຫລາດ ແລະ​ ການ​ຂາຍ – Sales and Marketing Executive (FMCG)

ຜູ້​ທີ​ຖືກ​ຂັດ​ເລືອ​ກ​ແມ່ນ​ຈະ​ຮັບ​ພິ​ຊອບ​ວຽກ​ ວາງ​ແຜນແລະ​ປະ​ຕິ​ບັດ​ແຜນ​ກົນ​ລະ​ຍຸດ​ການ​ຕະ​ຫລາດ ການ​ຂາຍ, ຂະ​ຫຍາຍ​ຕາ​ຫນ່າງ​ການ​ກະ​ຈາຍ​ສິນ​ຄ້າ​ຕາມ​ຕົວ​ເມືອງ​ໃຫຍ່​ຕ່າງໆ ທົ່ວ​ປະ​ເທດ, ຕຳ​ແຫນ່ງ​ນີ້​ແມ່ນ​ຕ້ອງ​ການ​ຄົນ​ເຂົ້າ​ໃຈ​​ເຕັກ​ນິກ​ການ​ປິດ​ການ​ຂາຍ ເອົາ​ຊະ​ນະ​ໃຈ​ລູກ​ຄ້າ, ທັກ​ສະ​ການ​ສື່​ສານ​ທີ​ດີ​ມີ​ພິກ​ໄຫວ​ດີ​ຄ​ອ່ງ​ແຄ້ວ, ທັກ​ສະ​ການ​ສ້າງ​ພັນ​ທະ​ມິດ​ກັບ​ຄູ່​ຄ້າ

🌟 ຮັບສະໝັກພະນັກງານ: Sales and Marketing Executive (FMCG)

🏢ບໍລິສັດ: ໂຮງຜະລິດອາຫານແປຮູບ ບົວຈັນ (Buachanfood)
📍 ສະຖານທີ່: ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ


📌 ຕຳແຫນ່ງທີ່ຕ້ອງການ:

🎯ພະນັກງານຂາຍ ແລະ ການຕະຫຼາດ (Sales and Marketing Executive)


📝 ໜ້າວຽກໃນການຂາຍ:

  • 📈 ວາງແຜນ ແລະ ປະຕິບັດແຜນການຂາຍ
  • 📊 ຊອກເຂົ້າຫາກຸ່ມລູກຄ້າໃຫມ່ ແລະ ຮັກສາຖານລູກຄ້າເກົ່າ
  • 📅 ເບິ່ງ​ຕະ​ຫລາດ​ດ້ວຍ​ສາຍ​ຕາ​ນັກ​ວິ​ເຄາະ ​ໂອ​ກາດ​ໃຫມ່ໆ ພືດ​ຕິ​ກຳ​ຜູ້​ບໍ​ລິ​ໂພກ​ໃຫມ່ໆ, ຜະ​ລິດ​ຕະ​ພັນ​ຄູ່​ແຂ່ງມີ​ແນວ​ໃດ
  • 🤝 ຫາ​ຄູ່​ຕົວ​ແທນ​ນຳ​ຫນ່າຍ​ໃຫຍ່ ຕົວ​ແທນ​ຈຳ​ຫນ່າ​ຍ່ອຍ, ​ແລະ ເພື່ອນ​ມິດ​ຍຸດ​ທະ​ສາດ ພ້ອມ​ເຊັນ​ສັນ​ຍາ​ເປັນ​ບ່ອນ​ອີງ​ໃນ​ການ​ປະ​ຕິ​ບັດ​ການ
  • 📊 ວັດ​ຜົນ​ຂອງ​ການ​ປະ​ຕິ​ບັດ​ແຜນ ແລະ ລາຍ​ງານ​ຕໍ່​ທິມ​ບໍ​ລິ​ຫານ ເປັນ​ປະ​ຈຳ ອາ​ທິດ ຫລື ປະ​ຈຳ​ເດືອນ

📝 ໜ້າວຽກໃນການຕະຫຼາດ:

  • 📈 ວາງ​ແຜນ ແລະ ປະ​ຕິ​ບັດ​ຮ່ວມ​ກັບ​ທິມ​ສະ​ຫນັບ​ສະ​ຫນູນ ໃນ​ການ​ໂປ​ຣ​ໂມດ​ສິນ​ຄ້າ ສ້າງ​ຍີ່​ຫໍ້​ໃຫ​້​ເປັນ​ທີ​ຮູ້​ຈັກ
  • 📊 ວາງ​ແຜນ ແລະ ຈັດ​ການ​ແຜນ​ໂປ​ຣ​ໂມ​ຊັນ​ຕ່າງໆ​ຕາມ​ແຕ່​ລະ​ໄລ​ຍະ ມີ​ສ່ວນ​ຫລຸດ ມີ​ຂອງ​ແຈກ​ຂອງ​ແຖມ
  • 📅 ເຮັດ​ວຽກ​ຮ່ວມ​ກັບ​ທິມ​ Media ສຳ​ລັບ​ກິດ​ຈະ​ກຳການ​ຕະ​ຫລາດ​ຕ່າງໆ
  • 📱 ບາງ​ຄັ້ງ​ກໍ່​ອອກ​ສື່​ສັງ​ຄົມ​ອອນ​ລາຍໃນ​ສື່​ຂອງ​ບໍ​ລິ​ສັດ

🛠️ ຄຸນນະວຸດ:

  • 🎓 ຈົບຊັ້ນສູງ/ປະລິນຍາຕຣີ ດ້ານການຕະຫລາດ ຫລື ບໍຈົບສູງແຕ່ມັກວຽກນີ້ກໍ່ໄດ້
  • 🏢 ມີປະສົບປະການມາກ່ອນຢ່າງໜ້ອຍ 2-5 ປີ ທາງການຕະຫລາດ ຫລື ການຂາຍ
  • 💻 ສາມາດນຳ​ໃຊ້ MS office ແລະ ພື້ນ​ຖານ Social Media
  • 🗣️ ມີ​ທັກ​ສະ​ການ​ໂອ​ລົມ ການ​ສື່​ສານ​ທີ​ດີ ຊ່າງ​ເວົ້າ​ຊ່າງວ່າ ເຈ​ລະ​ຈາ​ຄ່ອງ​ແຄ້ວ

💸 ເງິນເດືອນ:

ເງິນເດືອນເລີ່ມຕົ້ນ 3.500.000-6,000,000 ກີບຂື້ນກັບຄວາມສາມາດ ແລະ ປະສົບການຕົກ​ລົງ​ກັນ​ໃນ​ມື້​ສຳ​ພາດ (ຍັງ​ບໍ​ໄດ້​ລວມ​ເງິນ​ຍອດ)


📬 ສົນໃຈສາມາດຕິດຕໍ່ເຂົ້າມາໄດ້ເລີຍ:

  • 📧 ສົ່ງປະຫວັດ (CV) ມາທີ info@buachanfood.com
  • 📞 ໂທລະສັບ ຫຼື WhatsApp : HR +856 20 22 991 889

📍 ສະຖານທີ່:

ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ